11/08/2026
✨ມາຮຽນຮູ້ວິທີງ່າຍໆ...ການຄິດໄລ່ອາກອນທີ່ດິນ !
----------------
✨ບັນດາທ່ານຮູ້ຫຼືບໍ່ວ່າ! ການເກັບອາກອນທີ່ດິນແມ່ນໄດ້ເກັບຕາມປະເພດທີ່ດິນທີ່ໄດ້ກໍາໜົດໄວ້ໃນໃບຕາດິນ ຫຼື ໃບຢັ້ງຢືນການນໍາໃຊ້ທີ່ິດິນຂອງຕົນເອງ, ໃນກໍລະນີີການນໍາໃຊ້ທີ່ດິນຕອນໜຶ່ງຫາກມີການນໍາໃຊ້ໃນຫຼາຍເປົ້າໝາຍແມ່ນມີຄວາມຈໍາເປັນຕ້ອງໄດ້ແຍກເປົ້າໝາຍການນໍາໃຊ້ທີ່ດິນແຕ່ລະຕອນ ແລະ ອອກເອກະສານຢັ້ງຢືນໃຫ້ສອດ ຄ່ອງກັບຕົວຈິງ.
🔷ການເສຍອາກອນທີ່ດິນຕ້ອງເສຍປະຈໍາປີ ເປັນສະກຸນເງິນກີບ, ເຊິ່ງນັບຕັ້ງແຕ່ວັນທີ 01 ມັງກອນ ຫາ 31 ທັນວາຂອງທຸກໆປີໂດຍເສຍຜ່ານລະບົບທະນາຄານ, ຄັງເງິນແຫ່ງຊາດ, ບ້ານ ຫຼື ຜູ້ໄດ້ຮັບມອບສິດໃຫ້ເກັບອາກອນທີ່ດິນ.
ສໍາລັບປະເພດທີ່ດິນທີ່ຖືກເສຍອາກອນທີ່ດິນ, ຊຶ່ງໄດ້ຖືກກໍານົດໄວ້ໃນກົດໝາຍວ່າດ້ວຍອາກອນທີ່ດິນ ສະ ບັບເລກທີ 35/ສພຊ, ລົງວັນທີ 17 ກໍລະກົດ 2023 ມີເປັນ 2 ປະເພດດັ່ງນີ້:
1) ທີ່ດິນກະສິກໍາ
2) ທີ່ດິນປຸກສ້າງ
🔶ສ່ວນພື້ນຖານການຄິດໄລ່ອາກອນທີ່ດິນແມ່ນໃຫ້ເອົາເນື້ອທີ່ຂອງຕອນດິນເປັນແມັດຄູນກັບລາຄາຕາມການປະເມີນລາຄາທີ່ດິນໃນແຕ່ລະເຂດທີ່ກໍານົດໄວ້ໃນຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງຕາມການຮັບຮອງຂອງສະພາປະຊາຊົນແຂວງໃນແຕ່ລະໄລຍະ.
✨ຕາມອັດຕາອາກອນທີ່ດິນໃນມາດຕາ 14 ຂອງກົດໝາຍສະບັບນີ້ເປັນອັດຕາສ່ວນຮ້ອຍເຊັ່ນ: ທີ່ດິນກະສິກໍາ ໄລຍະປີ 2024-2026 ແມ່ນເສຍ 0,01%; ປີ 2027-2029 ເສຍ 0,02%; ເລີ່ມປີ 2030 ເປັນຕົ້ນໄປແມ່ນເສຍ 0,03%; ທີ່ດິນກະສິກໍາເປົ່າວ່າງໄລຍະປີ 2024-2026 ເສຍ 0,02%; ປີ 2027-2029 ເສຍ 0,03%; ເລີ່ມປີ 2030 ເປັນຕົ້ນໄປແມ່ນເສຍ 0,04%; ທີ່ດິນປຸກສ້າງທີ່ຢູ່ອາໄສ ໄລຍະປີ 2024-2026 ເສຍ 0,02% ປີ 2027-2029 ເສຍ 0,03%; ເລີ່ມປີ 2030 ແມ່ນເສຍ 0,04%; ທີ່ດິນປຸກສ້າງໂຮງງານອຸດສາຫະກໍາ, ການຄ້າ ແລະ ບໍລິການ ໄລຍະປີ 2024-2026 ເສຍ 0,03% ປີ 2027-2029 ເສຍ 0,04%; ເລີ່ມປີ 2030 ແມ່ນເສຍ 0,05%; ທີ່ດິນປຸກສ້າງເປົ່າວ່າງ ໄລຍະປີ 2024-2026 ເສຍ 0,04% ປີ 2027-2029 ເສຍ 0,05%; ເລີ່ມປີ 2030 ແມ່ນເສຍ 0,06% ເຊິ່ງອັດຕາອາກອນທີ່ດິນຂອງດິນແຕ່ລະປະເພດແມ່ນຈະແຕກຕ່າງກັນໄປ ແລະ ອັດຕາສ່ວນຮ້ອຍຂອງການເສຍອາກອນ ໃນແຕ່ລະປີກໍ່ຈະແຕກຕ່າງກັນໄປ ແລະ ເພີ່ມຂຶ້ນເລັກໜ້ອຍ.
📝ຍົກຕົວຢ່າງ: ທ້າວ ພອນເທວາ (ນາມສົມມຸດ) ໄດ້ມີເນື້ອທີ່ດິນນາຈໍານວນ 3 ເຮັກຕາ ຕັ້ງຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ທ້າວ ພອນເທວາ ຈະຕ້ອງໄດ້ເສຍອາກອນທີ່ດິນໂດຍການນໍາເອົາເນື້ອທີ່ຂອງຕອນດິນເປັນແມັດແລ້ວເອົາມາຄູນໃສ່ກັບອັດຕາສ່ວນຮ້ອຍຂອງການເສຍອາກອນໃນແຕ່ລະປະເພດດິນ.
ທ່ານສາມາດຈ່າຍຊໍາລະອາກອນທີ່ດິນແບບງ່າຍໆຜ່ານຊ່ອງທາງການຊຳລະທີ່ສະດວກສະບາຍ
✔️ຊໍາລະຜ່ານແອັບພິເຄຊັນຂອງບັນດາທະນາຄານ.
✔️ຊຳລະຢູ່ຫ້ອງການສ່ວຍສາອາກອນປະຈຳເມືອງ/ນະຄອນທີ່ຕອນດິນຂອງທ່ານຕັ້ງຢູ່.
✔️ຊຳລະຢູ່ຫ້ອງການປົກຄອງບ້ານທີ່ຕອນດິນຕັ້ງຢູ່;
🔷"ເສຍອາກອນທີ່ດິນຖືກຕ້ອງທັນເວລາຫັນເປັນດິຈິຕອນໂປ່ງໃສ ຮ່ວມໃຈພັດທະນາຊາດລາວ" ຂໍເຊີນຊວນພໍ່ແມ່ປະຊາຊົນ,ພໍ່ຄ້າຊາວຂາຍ, ແລະ ພາກສ່ວນທຸລະກິດ ທີ່ມີຕອນດິນຄອບຄອງໃຫ້ມາເສຍພັນທະເສຍອາກອນທີ່ດິນປະຈຳປີ 2026 ໃຫ້ທັນກຳນົດເວລາ ເພື່ອຫຼີກເວັ້ນຄ່າປັບໄໝ ແລະ ຮັກສາສິດຜົນປະໂຫຍດຂອງຕົນເອງ.
☎️ສາຍດ່ວນ 1466
#ອາກອນທີ່ດິນ2026 #ກົມສ່ວຍສາອາກອນ #ພັນທະພົນລະເມືອງ #ພັດທະນາປະເທດຊາດ # ເສຍອາ ກອນທັນເວລາ