MCC Laos - Mittapab Group

MCC Laos - Mittapab Group ການສ້າງສັນຕິສຸກເລີ່ມຕົ້ນຈາກຕົວທ່ານເອງ ແລ້ວແຜ່ກະຈາຍມັນອອກໄປສູ່ພາຍນອກ ສັນຕິສຸກເລີ່ມໄດ້ດ້ວຍຕົວເຮົາທີ່ຈະເຂົ້າໃຈ ແລະ ຍອມຮັບຄົນອື່ນ

📣 ປະກາດຮັບສະໝັກວຽກ! ມາຮ່ວມເປັນພະລັງສຳຄັນໃນການສ້າງການປ່ຽນແປງທີ່ດີໄປພ້ອມກັບພວກເຮົາທີ່ ແຂວງຫົວພັນ!ອົງການ Mennonite Central ...
28/07/2026

📣 ປະກາດຮັບສະໝັກວຽກ! ມາຮ່ວມເປັນພະລັງສຳຄັນໃນການສ້າງການປ່ຽນແປງທີ່ດີໄປພ້ອມກັບພວກເຮົາທີ່ ແຂວງຫົວພັນ!

ອົງການ Mennonite Central Committee (MCC) ປະຈຳ ສປປ ລາວ ເປີດຮັບສະໝັກເພື່ອນຮ່ວມທີມ 2 ຕຳແໜ່ງ (ປະຈຳການທີ່ ເມືອງວຽງໄຊ, ແຂວງຫົວພັນ) ເພື່ອຮ່ວມຂັບເຄື່ອນໂຄງການຕ້ານການຄ້າມະນຸດ:

1️⃣ Project Officer – Anti-Human Trafficking Prevention
ເນັ້ນການລົງພື້ນທີ່, ເຮັດວຽກຮ່ວມກັບຊຸມຊົນ, ແລະ ຈັດການຝຶກອົບຮົມເພື່ອສ້າງຄວາມເຂົ້າໃຈໃນການປ້ອງກັນບັນຫາການຄ້າມະນຸດຢ່າງຍືນຍົງ.
2️⃣ Project Officer – Networking and Human Trafficking Response
ເນັ້ນການປະສານງານກັບພາກລັດ ແລະ ອົງການຕ່າງໆ, ສ້າງເຄືອຂ່າຍຄວາມຮ່ວມມື, ແລະ ສ້າງຄວາມເຂັ້ມແຂງໃຫ້ກັບລະບົບການສົ່ງຕໍ່ເພື່ອຊ່ວຍເຫຼືອຜູ້ຖືກເຄາະຮ້າຍ.

ຖ້າທ່ານມີປະສົບການດ້ານການພັດທະນາຊຸມຊົນ ແລະ ຕ້ອງການເປັນກຳລັງສຳຄັນເພື່ອຊ່ວຍເຫຼືອສັງຄົມ ນີ້ຄືໂອກາດຂອງທ່ານແລ້ວ!

🗓 ປິດຮັບສະໝັກ: 15 ສິງຫາ 2026 ນີ້!
📌 ວິທີການສະໝັກ: ສາມາດສະແກນ QR Code ຂອງແຕ່ລະຕຳແໜ່ງທີ່ຢູ່ໃນຮູບ, ສົ່ງ CV ມາທີ່ອີເມວ [email protected] ຫຼື ເຂົ້າໄປເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່ເວັບໄຊ directoryofngos.org
(MCC ໃຫ້ບຸລິມະສິດແກ່ຜູ້ສະໝັກທີ່ອາໄສຢູ່ໃນເມືອງວຽງໄຊ ຫຼື ພື້ນທີ່ໃກ້ຄຽງ ແລະ ເປັນອົງການທີ່ໃຫ້ໂອກາດຢ່າງເທົ່າທຽມກັນສຳລັບທຸກຄົນ)
📣 Join Our Team to Make a Real Impact in Houaphanh Province!

MCC Laos is currently hiring for two vital roles based in Viengxai District, Houaphanh Province, to support our ongoing Anti-Human Trafficking initiatives:

1️⃣ Project Officer – Anti-Human Trafficking Prevention
Focus on community outreach, facilitating training, and implementing effective prevention strategies on the ground.
2️⃣ Project Officer – Networking and Human Trafficking Response
Focus on building collaborative networks with government and INGO partners, and strengthening referral mechanisms for survivors.

If you are committed to social justice, have a background in community development, and want to play a vital role in protecting vulnerable communities, we would love to hear from you!

🗓 Application Deadline: August 15, 2026
📌 How to Apply: Scan the respective QR codes on the image, send your CV to [email protected], or visit directoryofngos.org for full job descriptions.
(Preference will be given to candidates residing in Viengxai District or nearby areas. MCC is an Equal Opportunity Employer.)
#ວຽກເຮັດງານທຳ #ຮັບສະໝັກວຽກ #ຫົວພັນ

[English Text Below]ໃນວັນທີ 16 ທັນວາ 2025 ພະນັກງານໂຄງການ ຈາກ MCC ແລະ ຄະນະຮັບຊອບໂຄງການ ຈາກກົມກວດກາ ແລະ ກົມພັດທະນາວິຊາຊີບຊ...
19/03/2026

[English Text Below]
ໃນວັນທີ 16 ທັນວາ 2025 ພະນັກງານໂຄງການ ຈາກ MCC ແລະ ຄະນະຮັບຊອບໂຄງການ ຈາກກົມກວດກາ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ ໄດ້ລົງທັດສະນະສຶກສາ ແລະ ແລກປ່ຽນຮຽນ ທີ່ ສູນຝຶກວິຊາຊີບ ຊາວໜຸ່ມ ດອນບອສໂກ(ສູນຜູ້ຊາຍ) ເພື່ອປຶກສາຫາລືແນວທາງການຮ່ມມືກັນໃນອານາຄົດ ພ້ອມດຽວກັນນັ້ນຍັງໄດ້ນຳສະເໜີແນວຄວາມຄິດໂຄງການໃໝ່ໃນການສົ່ງເສີມສັນຕິພາບ ຄຽງຄູ່ກັບການສົ່ງເສີມຊາວໜຸ່ມຝຶກວິຊາຊີບ ເພືອພັດທະນາສີມືແຮງງານໃຫ້ຊາວໜຸ່ມຜູ້ດ້ອຍໂອການໃນເຂດຊົນນະບົດຮ່ວມກັນ
On 16 December 2025, project staff from MCC, together with the project coordination team from the Inspection Department and the Department of Youth Vocational Development of the Lao People’s Revolutionary Youth Union Central Office, conducted a learning visit and exchange at the Don Bosco Youth Vocational Training Center (Women Center). The purpose of the visit was to discuss directions for future collaboration. At the same time, the team presented a concept for a new project that would promote peacebuilding alongside youth vocational skills training, in order to strengthen employable skills for disadvantaged youth in rural areas.










# YouthVocational

[English Text Below]ໃນວັນທີ 16 ທັນວາ 2025 ພະນັກງານໂຄງການ ຈາກ MCC ແລະ ຄະນະຮັບຊອບໂຄງການ ຈາກກົມກວດກາ ແລະ ກົມພັດທະນາວິຊາຊີບຊ...
19/03/2026

[English Text Below]
ໃນວັນທີ 16 ທັນວາ 2025 ພະນັກງານໂຄງການ ຈາກ MCC ແລະ ຄະນະຮັບຊອບໂຄງການ ຈາກກົມກວດກາ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ ໄດ້ລົງທັດສະນະສຶກສາ ແລະ ແລກປ່ຽນຮຽນ ທີ່ ສູນຝຶກວິຊາຊີບ ຊາວໜຸ່ມ ດອນບອສໂກ(ສູນຜູ້ຊາຍ) ເພື່ອປຶກສາຫາລືແນວທາງການຮ່ມມືກັນໃນອານາຄົດ ພ້ອມດຽວກັນນັ້ນຍັງໄດ້ນຳສະເໜີແນວຄວາມຄິດໂຄງການໃໝ່ໃນການສົ່ງເສີມສັນຕິພາບ ຄຽງຄູ່ກັບການສົ່ງເສີມຊາວໜຸ່ມຝຶກວິຊາຊີບ ເພືອພັດທະນາສີມືແຮງງານໃຫ້ຊາວໜຸ່ມຜູ້ດ້ອຍໂອການໃນເຂດຊົນນະບົດຮ່ວມກັນ
On 16 December 2025, project staff from MCC, together with the project coordination team from the Inspection Department and the Department of Youth Vocational Development of the Lao People’s Revolutionary Youth Union Central Office, conducted a learning visit and exchange at the Don Bosco Youth Vocational Training Center (Men Center). The purpose of the visit was to discuss directions for future collaboration. At the same time, the team presented a concept for a new project that would promote peacebuilding alongside youth vocational skills training, in order to strengthen employable skills for disadvantaged youth in rural areas.










# YouthVocational

[English Text Below]ໃນທ້າຍອາທິດ ທີ່ຜ່ານມາກິດຈະກໍາສົ່ງຄວາມສາມັກຄີຂອງຊາວໜຸ່ມ ແລະ ສັນຕິພາບ ໄລຍະ 3 (YSPP) ໄດ້ຈັດງານພົບປະແລກປ...
19/03/2026

[English Text Below]
ໃນທ້າຍອາທິດ ທີ່ຜ່ານມາກິດຈະກໍາສົ່ງຄວາມສາມັກຄີຂອງຊາວໜຸ່ມ ແລະ ສັນຕິພາບ ໄລຍະ 3 (YSPP) ໄດ້ຈັດງານພົບປະແລກປ່ຽນລະຫວ່າງອາສາສະໝັກ ແລະ ອາດີອາສາສະໝັກ ກຸ່ມມິດຕະພາບ ຂຶ້ນຢູ່ທີຫ້ອງການ ອົງການມິດຕະພາບເມັນໂນນາຍປະຈຳ ສປປ ລາວ (MCC).ໂດຍການເຂົ້າຮ່ວມຂອງອາສະໜັກຮຸ່ນປະຈຸບັນ ຈຳນວນ 9 ນ້ອງ ທີ່ເດີນທາງມາເຂົ້າຮ່ວມ ແລະ ອະດີດອາສາສະໝັກກຸ່ມມິດຕະພາບ ພ້ອມພະນັກງານໂຄງການ ແລະ ຄູ່ຮ່ວມງານເຂົ້າຮ່ວມງານ ຈຳນວນທາງໝົດ 26 ທ່ານ,
ງານດັ່ງກ່າວຈັດຂື້ນເພື່ອໃຫ້ອາສາສະໝັກຮຸນປະຈຸບັນໄດ້ມີໂອກາດນຳສະເໜີບົດຮຽນທີ່ຖອດຖອນໄດ້ຈາກການເຂົ້າຮ່ວມກິດຈະກຳ ແລະ ຈາກການຈັດຕັ້ງກິດຈະກຳຝືກອົບຮົມໃຫ້ຄວາມຮູ້ກ້ຽວກັບການສົ່ງການສ້າງສັນຕິພາບໃນຊຸ່ມຊົນຂອງຕົນໃນໄລຍະຜ່ານມາໃຫ້ກັບອາດີດອາສາສະໝັກ, ພະນັກງານໂຄງການ,ຄູ່ຮ່ວມງານ.
ພ້ອມກັນນີ້ກໍຍັງເປັນໂອກາດດີໃນການສ້າງສາຍສຳພັນທີ່ດີເພື່ອໃຫ້ເກີດການແລ່ກປ່ຽນບົດຮຽນລະຫວ່າງສອງຮຸ່ນ ທັງເປັນການສ້າງເຄື່ອຂ່າຍໃນການເຮັດວຽກຮ່ວມກັນໃນອານະຄົດເພື່ອສົ່ງເສີມການສ້າງສັນຕິພາບໃຫ້ແຜຂະຫຍາຍອອກຕື່ມ.
Recently, Youth Solidarity and Peace Promotion Activity Phase 3 (YSPP) organized an exchange gathering between current volunteers and alumni “Mittapab” at the Mennonite Central Committee (MCC) Laos office. The event brought together 9 current volunteers, alumni volunteers, project staff, and partners—26 participants in total.
The gathering was held to give current volunteers an opportunity to present lessons learned from their participation and from organizing training activities that promote peacebuilding in their communities, and to share these experiences with alumni volunteers, project staff, and partners.
At the same time, it was a valuable chance to strengthen relationships between the two generations, encourage mutual learning, and build a network for future collaboration—so that peacebuilding efforts can continue to expand further.








[English Text Below]ກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມຄວາມສາມັກຄີຂອງຊາວໜຸ່ມ ແລະ ສັນຕິພາບຢູ່ 5 ແຂວ...
19/03/2026

[English Text Below]
ກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມຄວາມສາມັກຄີຂອງຊາວໜຸ່ມ ແລະ ສັນຕິພາບຢູ່ 5 ແຂວງພາກກາງ (ນະຄອນຫຼວງວຍງຈັນ, ຊຽງຂວາງ, ບໍລິຄຳໄຊ,ໄຊຍະບູລີ, ວຽງຈັນ) ໄລຍະລາຍງານ: ຕຸລາ 2025 - ມີນາ 2026 ຈັດຂື່ນທີ່ ຫ້ອງປະຊຸມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ນະຄອນຫຼວງວຽງຈັນ ຄັ້ງວັນທີ 17 ມີນາ 2026.
ໂດຍການເປັນປະທານຂອງທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ນາງ ແຄັດເທີຣີນ ໂສບເບຼເວກາ ຜູ້ຕາງໜ້າ ອົງການ ມິດຕະພາບເມັນໂນນາຍ ປະຈຳ ສປປ ລາວ ພ້ອມພະນັກງານກົມອ້ອມຂ້າງ ສູນກາງຊາວ ປະຊາຊົນປະຕິວັດລາວ ຫົວໜ້າໂຄງການ ແລະ ພະນັກງານວິຊາການໂຄງການເຂົ້າຢ່າງພ້ອມໜ້າ.
ໃນກອງປະຊຸມດັ່ງກ່າວໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດກິດຈະກຳໃນໄລຍະ 6 ເດືອນທ້າຍປີ(ເດືອນ (ຕຸລາ 2025-ເດືອນ ມີນາ 2026) ເຊີ່ງເປັນກອງປະຊຸມຄັ້ງສຸດທ້າຍຂອງກິດຈະກໍາສົ່ງເສີມຄວາມສາມັກຄີຂອງຊາວໜຸ່ມ ໄລຍະທີ 3 ພ້ອມກັນນັ້ນກໍ່ໄດ້ຟັງຮັບການນຳສະເໜີແນວຄວາມຄິດການຈັດຕັ້ງປະຕິບັດໂຄງການໃໝ່ ໄລຍະທີ 4 ສົກປີ 2025-2029.ນອກຈາກນີ້ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ມີການປະກອບຄໍຳຄິດເຫັນ ແລະ ການຖອດຖອນບົດໃສ່ໃນບົດລາຍງານການຈັດຕັ້ງປະຕິບັດກິດຈະກຳໃນໄລ 6 ເດືອນທ້າຍປີ, ພ້ອມກັນນັ້ນຍັງໄດ້ສະເໜີແນະ ທິດທາງໃນການຈັດຕັ້ງກິດຈະກຳໃນໄລຍະ4 ສົກປີ 2025-2029 ຕື່ມອີກ.
A progress-report meeting was held to review the implementation of youth solidarity and peace promotion activities in five central provinces (Vientiane Capital, Xiengkhouang, Borikhamxay, Xayabouly, and Vientiane). Reporting period: October 2025 – March 2026. The meeting took place at the Lao People’s Revolutionary Youth Union Central Office meeting hall in Vientiane Capital on 17 March 2026.
The meeting was co-chaired by Mr. Suliya Keophilavong, Deputy Secretary of the LPRYU Central Executive Committee, and Ms. Catherine Sobrevega, Country Representative of Mennonite Central Committee (MCC) in Lao PDR, with relevant central staff, the project lead, and technical project staff in attendance.
Participants heard a report on activity implementation during the last six months (October 2025 – March 2026), which marked the final meeting for Phase 3. The meeting also included a presentation on the concept for the new project Phase 4 (2025–2029). In addition, participants provided comments and lessons learned for the six-month report and shared further recommendations and directions for implementation in Phase 4 (2025–2029).











Address

Mennonite Central Committee
Vientiane
1118

Opening Hours

Monday 08:00 - 16:30
Tuesday 08:00 - 16:30
Wednesday 08:00 - 16:30
Thursday 08:00 - 16:30
Friday 08:00 - 16:30

Telephone

+85621313567

Alerts

Be the first to know and let us send you an email when MCC Laos - Mittapab Group posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to MCC Laos - Mittapab Group:

Shortcuts

Share