07/04/2026
👏 ຂ່າວດີ !!! ປະກາດຮັບສະໝັກ ຜູ້ເຂົ້າຝຶກສີມືແຮງງານ ທີ່ສະໜອງເບ້ຍລ້ຽງ “ພາຍໃຕ້ໂຄງການເສີມສ້າງທັກສະ ທີ່ເປັນບຸລິມະສິດ ສໍາລັບການເຕີບໂຕຂອງ ສປປ ລາວ”.
I. ສະຖານການຝຶກສີມືແຮງງານ
1. ສະຖາບັນພັດທະນາສີມືແຮງງານ;
- ຕັ້ງຢູ່ບ້ານ ຄໍາຮຸ່ງ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
2. ສູນພັດທະນາສີມືແຮງງານ ນະຄອນຫຼວງວຽງຈັນ;
- ຕັ້ງຢູ່ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
3. ສູນພັດທະນາສີມືແຮງງານ ແຂວງ ອັດຕະປື;
- ຕັ້ງຢູ່ບ້ານ ພອກໃຕ້, ເມືອງໄຊເສດຖາ, ແຂວງ ອັດຕະປື
4. ສູນພັດທະນາສີມືແຮງງານ ແຂວງ ຈໍາປາສັກ;
- ຕັ້ງຢູ່ບ້ານ ຈັດສັນຫຼັກ7, ນະຄອນປາກເຊ, ແຂວງ ຈໍາປາສັກ
5. ສູນພັດທະນາສີມືແຮງງານ ແຂວງ ສະຫວັນນະເຂດ;
- ຕັ້ງຢູ່ບ້ານ ໂພນສະຫວ່າງໃຕ້, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ
6. ສູນພັດທະນາສີມືແຮງງານ ແຂວງ ອຸດົມໄຊ;
- ຕັ້ງຢູ່ບ້ານ ບໍ່, ເມືອງ ໄຊ, ແຂວງ ອຸດົມໄຊ
7. ສູນພັດທະນາສີມືແຮງງານ ແຂວງ ບໍ່ແກ້ວ.
- ຕັ້ງຢູ່ບ້ານ ມົກກະຈອກ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.
II. ສາຂາອາຊີບ ການຝຶກສີມືແຮງງານ
1. ສາຂາອາຊີບ ກະສິກໍາ;
2. ສາຂາອາຊີບ ICT;
3. ສາຂາອາຊີບ ປຸງແຕ່ງອາຫານ;
4. ສາຂາອາຊີບ ຕັດຫຍິບເຄື່ອງນຸ່ງ;
5. ສາຂາອາຊີບ ສ້ອມແປງລົດຍົນ;
6. ສາຂາອາຊີບ ໄຟຟ້າເຕັກນິກ.
III. ໄລຍະເວລາ ການຝຶກສີມືແຮງງານ
ຈັດຝຶກສີມືແຮງງານ ເລີ່ມແຕ່ວັນທີ 2 ມິຖຸນາ 2026 – 31 ສິງຫາ 2026
IV. ເປົ້າໝາຍ ຜູ້ເຂົ້າຝຶກສີມືແຮງງານ
1. ຊາວໜຸ່ມ ທີ່ດ້ອຍໂອກາດ, ທຸກຍາກ ແລະ ຫວ່າງງານ, ໃນເກນອາຍຸ 15-35 ປີ;
2. ຄົນພິການທີ່ມີຄວາມສາມາດເຂົ້າຝຶກ ໂດຍພິຈາລະນາຕາມສາຂາວິຊາທີ່ເໝາະສົມ;
3. ປະຊາຊົນທົ່ວໄປທີ່ທຸກຍາກ ແລະ ຫວ່າງງານ ອາໃສຢູ່ເຂດຊົນນະບົດຫ່າງໄກສອກຫຼີກ;
4. ແຮງງານເຄື່ອນຍ້າຍທີ່ກັບຄືນຖີ່ນຖານ ແລະ ຜູ້ທີ່ໄດ້ຮັບການຟື້ນຟູຈາກການນຳໃຊ້ສານເສບຕິດ.
V. ເງື່ອນໄຂ ຜູ້ເຂົ້າຝຶກສີມືແຮງງານ
1. ລະດັບການສຶກສາ ຂຶ້ນກັບສາຂາວິຊາທີ່ເລືອກ: ໂດຍພື້ນຖານແມ່ນຜູ້ທີ່ສາມາດອ່ານ ແລະ ຂຽນໄດ້;
2. ເຂດເປົ້າໝາຍແຜນງານໂຄງການ ທົ່ວປະເທດ;
3. ສໍາລັບແຂວງທີ່ບໍ່ມີສູນພັດທະນາສີມືແຮງງານ ໃຫ້ສົ່ງຜູ້ເຂົ້າຝຶກໄປສູນພັດທະນາສີມືແຮງງານ ທີ່ແຂວງໃກ້ຄຽງ ຫຼື ສູນພັດທະນາສີມືແຮງງານ ທີ່ຄະນະຮັບຜິດຊອບເຫັນວ່າເໝາະສົມ;
4. ບໍ່ໄດ້ເສຍຄ່າຝຶກ
5. ມີເງິນເບ້ຍລ້ຽງ 1,200,000 ກີບ/ເດືອນ;
6. ມີເງິນຄ່າເດີນທາງໄປ-ກັບ;
7. ມີຫໍພັກໃຫ້ຢູ່ຟຣີ.
ສະໝັກອອນລາຍທີ່:
https://forms.gle/kg2LSZUFDRpCKSm99
ສອບຖາມຂໍ້ມູນເພີ່ມຕື່ມ:
020 55212515 ນາງ ລັດສະໝີ
020 59755057 ນາງ ຈັນຕຸລາ
Email: lat2016souvant