ກຸ່ມວິຖີຊີວິດຂອງເຜົ່າ '' ອາຄາ ''

ກຸ່ມວິຖີຊີວິດຂອງເຜົ່າ '' ອາຄາ '' ທຸກຄົນຊ່ວຍກົດແຊໃຫ້ເເນເດີ

 #ຂາຍດ່ວນ ສະພາບລົດທັນບໍ່ໄດ້ລ້າງ ແຕ່ຍັງງາມໆ ໂພວິນ ຊ້າຍເດີມ ປີ 15 ຮັບປະກັນບໍ່ຕ່ຳບໍ່ປີ້ນ ລາຄ່າ 3x,###¥ // No ເອກະສານ
30/03/2024

#ຂາຍດ່ວນ ສະພາບລົດທັນບໍ່ໄດ້ລ້າງ ແຕ່ຍັງງາມໆ ໂພວິນ ຊ້າຍເດີມ ປີ 15 ຮັບປະກັນບໍ່ຕ່ຳບໍ່ປີ້ນ ລາຄ່າ 3x,###¥ // No ເອກະສານ

ຮຽນຮູ້ຕາມທຳມະຊາດແຕ່ເລັກໆເຊ່ຍກອ່ນ!!!
22/03/2024

ຮຽນຮູ້ຕາມທຳມະຊາດແຕ່ເລັກໆເຊ່ຍກອ່ນ!!!

 #ຂາຍດ່ວຍ Honda ລົດຈັກສະພາບຍັງງາມໆ ຜູ້ໃດສົນໃຈທັກມາໄດ້ ເບີໂທ,ແອັບ 020 52844465
19/03/2024

#ຂາຍດ່ວຍ Honda ລົດຈັກສະພາບຍັງງາມໆ ຜູ້ໃດສົນໃຈທັກມາໄດ້ ເບີໂທ,ແອັບ 020 52844465

ທ່ານໃດຕ້ອງກັນຊື້ ໃຫ້ລາຄ່າມາເດີ!!!
24/03/2022

ທ່ານໃດຕ້ອງກັນຊື້ ໃຫ້ລາຄ່າມາເດີ!!!

 #ປະຫວັດຄວາມເປັນມາຂອງຊົນເຜົ່າ "ອາຄາ " (Akha) ໃນວົງຄະນາຍາດຊົນເຜົ່າໃນປະເທດລາວ.*  ເຜົ່າອາຄາ : ໂດຍທົ່ວ ໄປຊົນເຜົ່າ ອາຄາ ແມ່ນມ...
23/03/2022

#ປະຫວັດຄວາມເປັນມາຂອງຊົນເຜົ່າ "ອາຄາ " (Akha) ໃນວົງຄະນາຍາດຊົນເຜົ່າໃນປະເທດລາວ.

* ເຜົ່າອາຄາ :
ໂດຍທົ່ວ ໄປຊົນເຜົ່າ ອາຄາ ແມ່ນມັກຕັ້ງ ຖິ່ນຖານພູມລຳເນົາຢູ່ ບັນດາແຂວງພາກເຫນືອ ຂອງລາວເຊັ່ນ : ແຂວງຜົ້ງສາລີ, ຫວຼງນໍ້າທາ, ອຸດົມໄຊ ແລະ ບໍ່ແກ້ວ. ນອກຈາກນີ້ຍັງມີຢູ່ ສ.ປ ຈີນ, ສ.ສ ຫວຽດນາມ, ຣາຊະອານາຈັກໄທ ແລະ ມຽນມາອິກດ້ວຍ. ຊົນເຜົ່າອາຄາ ຢູ່ໃນລາວມີປະຊາກອນທັງຫມົດ 90,698 ຄົນ, ຍິງ 45,135 ຄົນ ເຊິ່ງເທົ່າກັບ 1.6% ຂອງພົນລະເມືອງລາວ ຊົນເຜົາອາຄາ ທີແຈກຢາຍຢູ່ ແຕ່ລະບ່ອນ
- ແຂວງຜົ້ງສາລີ : ມີຢູ່ທຸກເມືອງ
- ແຂວງອຸດົມໄຊ: ເມືອງນາຫມໍ້, ເມືອງຫຼາ, ເມືອງງາ
- ແຂວງຫຼວງນໍ້າທາ: ເມືອງສິງ, ເມືອງຫຼວງນໍ້າທາ, ເມືອງພູຄຳ, ເມຶອງລອງ
- ແຂວງບໍ່ແກ້ວ: ເມືອງຕົ້ນເຜິ້ງ, ເມືອງຫວ້ຍຊາຍ, ເມືອງເມິງ.

* ປະຫວັດຄວາມເປັນມາຂອງການເອີ້ນຊື່ ອາຄາ :

ຊົນເຜົາອາຄາ ມີຖິ່ນຖານເດິມຢູ່ມົນທົນໄກວເຈົາ ແລະ ມົນທົນຢູນານ ປະເທດ ສ.ປ ຈີນ ໃນປັດຈຸບັນ. ພາຍຫລັງກໍ່ມີການອົບພະຍົບ ລົງມາພາກໃຕ້ຂອງມົນທົນຢູນານແລ້ວ ກໍເຄື່ອນຍ້າຍໄປຢູ່ເຂດ ເມຶອງວາ ແລະ ຊຽງຕຸງ ຂອງມຽນມາ, ບໍລິເວນເມຶອງໄລເຈົາ ຂອງປະເທດ ສ.ສ ຫວຽດນາມ, ແລ້ວຈຶ່ງຄ່ອຍໆ ເຄື່ອນຢ້າຍມາຢູ່ຕາມພູຜາປ່າດົງ ເຂດສູງໃນພາກເຫນືອຂອງ ປະເທດລາວເຮົາ ໄດ້ປະມານ 200 ກ່ວາປີ ມາແລ້ວ.

ສາເຫດທີ່ພາໃຫ້ພວກເຂົາຍົກ ຍ້າຍແມ່ນການຫຼົບຫຼີກ ສົງຄາມ, ການບີບບັງຄັບຕ່າງໆ ແລະການຊອກບ່ອນທຳການຜະລິດ ເປັນຕົ້ນ.
ສະນັ້ນເມື່ອມາພົບບໍລິເວນທີ່ເຫມາະສົມ ແກ່ການຕັ້ງຖິ່ນຖານທີຢູ່ອາໄສ ປະກອບກັບການປັດສະຈາກ ສິ່ງລົບກວນ, ເຂົາເຈົ້າ ຈຶ່ງໄດ້ຢູ່ຫມັ້ນຄົງບ່ອນຢູ່ອາໄສຢູ່ບໍລິເວນດິນແດນຂອງ ບັນດາປະເທດມຽນມາ, ໄທ, ລາວ ແລະ ຫວຽດນາມ. ພ້ອມກັນນີ້ ເຂດດັ່ງກ່າວຍັງເປັນເຂດທີອຸດົມ ສົມບູນ ແລະມີອາກາດໝາວເຢັນສະບາຍຕະຫຼອດປີ.

ຊົນເຜົ່ານີ້ມີຊື່ເອີ້ນຫລາຍຊື່ ເຊິ່ງເຂົາເຈົ້າເອີ້ນຕົນເອງວ່າ “ອາຄາ”, ສ່ວນຊົນເຜົາອື່ນເອີ້ນເຂົາເຈົ້າວ່າ “ອີກໍ” ແຕ່ຊື່ທີເຂົາເຈົ້າມັກ ແລະ ຊື່ທີນຳໃຊ້ໃນທາງການແມ່ນ “ຊົນເຜົາອາຄາ”. ຊົນເຜົາອາຄາ ປະກອບດ້ວຍຫຼາຍແຊງດ້ວຍກັນຄື : ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນູກຸຍ, ລູມາ, ເອີປາ, ຈີເປຍ, ມູຈີ, ມູເຕີນ, ຢາເອິ, ເຄີ, ພູຊາງ ແລະ ກົງສາດ

* ອາຊີບຂອງຊົນເຜົ່າອາຄາ :

ການດຳລົງຊີວິດ ທາງດ້ານເສດຖະກິດ ຂອງຊົນເຜົ່າອາຄາ ໃນໄລຍະທີ່ຜ່ານມາ ແມ່ນຕິດພັນກັບທຳມະຊາດ, ອາຊີບສຳຄັນຕົນຕໍ່ ຂອງຊົນເຜົາອາຄາ ຄືການເຮັດໄຮ່ປູກເຂົ້າ, ປູກຝິ່ນ, ນອກຈາກນັ້ນ, ເຂົາເຈົ້າຍັງປູກພືດປະເພດທີ່ມີທາດແປງ ແລະ ພືດຜັກອື່ນໆ ເພື່ອ ຕອບສະຫນອງໃນຄວາມຕ້ອງການຂອງການບໍລິໂພກ ໃນຊີວິດປະຈຳວັນຂອງຄອບຄົວ. ສ່ວນທີ່ ເຫລືອຈະນຳໄປແບ່ງປັນໃຫ້ຍາດຕິພີ່ນ້ອງ ແລະ ນຳໄປຂາຍ ຫຼື ແລກປ່ຽນສິ່ງຂອງທີຈໍາເປັນ ເຊິ່ງບໍ່ສາມາດຜະລິດໄດ້ໃນບ້ານເຮືອນເຊັ່ນ : ເກືອ, ນໍ້າຕານ, ແປງນົ່ວ ແລະ ເຄື່ອງໃຊ້ສອຍຕ່າງໆ ອາຫານໃນຊີວິດປະຈຳວັນນອກຈາກເຂົາເຈົ້າຜະລິດເອງແລ້ວ ຍັງໄດ້ຈາກການໄປຊອກຫາ ຕາມທາມະຊາດ ສັດລ້ຽງທີ່ ເຂົານິຍົມລ້ຽງໄດ້ແກ່: ງົວ, ຄວາຍ, ໝູ ແລະ ໄກ່. ແຕ່ເປົ່າຫມາຍຂອງການລ້ຽງເພື່ອໄວ້ໃຊ້ແຮງງານ, ເຂົາເຈົ້າ ບໍ່ນິຍົມຂ້າສັດເຫລົ່ານີ້ກິນເປັນອາຫານປະຈາວັນ, ເຂົາເຈົ້າຈະຂ້າກໍຕໍ່ເມືອມີງານບຸນປະເພນີ, ເຮັດຮີດຄອງ ຫຼື ແຂກຄົນແລະ ຍາດຕິພີ່ນ້ອງທາງໄກມາຢ້ຽມຢາມເທົ່ານັ້ນ.

* ທີ່ຕັ້ງບ້ານແລະເຮືອນ :

ລັກສະນະບ້ານເຮືອນ ຂອງຊົນເຜົ່າອາຄາ ໂດຍທົ່ວ ໄປແລ້ວ ເຂົ້າເຈົ້າມັກຕັ້ງບ້ານຢູ່ຕາມສັນພູ, ຮັບ ແສງແດດ, ສາຍລົມຢ່າງເຕັມທີ່ ແຕ້ຕ້ອງມີແຫຼ່ງນໍ້າ ທີ່ ເພິງພາໄດ້ ແລະ ມີເນື້ອທີການຜະລິດຢູ່ອ້ອມຮອບ. ກ່ອນຈະຕັ້ງບ້ານເຂົາເຈົ້າຈະເຮັດພິທີກໍາ, ມີການສ່ຽງທວາຍເພື່ອໃຫ້ແນ່ໃຈວ່າບ່ອນທີ່ ເລືອກນັ້ນ ເຈົ້າຖິ່ນເຈົ້າຖານເຕັມໃຈ ແລະ ອະນຸຍາດໃຫ້ປຸກສາງໄດ້. ສຳລັບ ເຮືອນເຂົາເຈົ້າມັກຢູ່ເຮືອນຮ້ານ, ກ້ອງລ່າງຂອງເຮືອນແມ່ນເອົາໄວ້ເພື່ອສັດລ້ຽງ, ເປັນບ່ອນສຳລັບໄວ້ພື້ນໄດ້ດັງໄຟ ແລະ ເຄື່ອງມືເຄື່ອງໃຊ້ໃນ ການຜະລິດຕ່າງໆ.
ເຮືອນຂອງເຂົາເຈົ້າມີບັນຍາກາດທີ່ ເຄັ່ງຂຶມຢ່າງປະຫຼາດ, ຍ້ອນວ່າທຸກ ເຮືອນຈະຕ້ອງມີຫິ້ງບູຊາທິ້ ເປັນບ່ອນສະຖິດຂອງວິນຍານບັນພະບູຣູດ. ພາຍໃນເຮືອນແບ່ງເປັນສອງເຂດຄຶ: ເຂດແມ່ຍິງ ແລະ ຜູ້ຊາຍໂດຍມີຝາກັນຈາກຝາດ້ານຫ້ອງນອນໄປ ເຖິງຝາເຄິ່ງກາງເຮືອນ. ການທີຄົນພາຍນອກຈະຍ່າງຜ່ານເຮືອນແຕ່ປະຕູຫນຶ່ງ ອອກອີກປະຕູຫນຶ່ງ ໂດຍບໍ່ພັກເຊົາເລັກນ້ອຍນັ້ນ ຈະເຮັດໃຫ້ເຂົາເຈົ້າ ເກີດຄວາມບໍ່ພໍໃຈ.
ສະນັ້ນ ເພື່ອຮັກສາມາລະຍາດ ແລະ ໄດ້ສ້າງຄວາມພໍໃຈໃຫ້ແກ່ເຂົາເຈົ້ານັ້ນ ຢ່າງຫນ້ອຍຕ້ອງແວ່ເຮືອນເພື່ອ ຖາມຂ່າວຄາວຫຼືດື່ມນໍ້າ ແລະອາຫານທີ ເຂົາເຈົ້າຊອກຫາມາຕ້ອນຮັບ.

* ເຄື່ອງນຸ່ງຫົ່ມ :

ການນຸ່ງຖືຂອງຊົນເຜົ່າ ອາຄາ ສໍາລັບຜູ້ຍິງແມ່ນ ນຸ່ງ ເສຶ້ອ ສີດໍາ, ເສື້ອຈະເປັນລັກສະນະທາງຫຼັງ ສັ້ນທາງຫນ້າ ຍາວບໍ່ ມີກະດຸມເສື້ອ, ສິ້ນ ກໍ່ເປັນ ສີດໍາ, ມີຜ້າ ມັດຢູ່ຂາທັງສອງເບື້ອງ ແລະ ຢູ່ເທິງຫົວກໍມີເຄື່ອງປະດັບເອ້ຍ້ອງຫຼາຍຢ່າງທີ ເຮັດ ດ້ວຍເງິນ, ມີຫຼາກຫຼາຍສີສັນ ປະປົນກັນ, ຊຸດທີເຂົາເຈົ້ານຸ່ງນັ້ນ ຈະປະກອບດ້ວຍເຄື່ອງປະດັບ ຫຼາຍຢ່າງເຊັ່ນ: ປອກແຂນ, ສາຍຄໍ, ຕ່າງຫູ ແລະ ອື່ນໆທີເຂົາເຈົ້າ ເອົາມາປະດັບໃສ.

* ອາຫານແລະເຄື່ອງດື່ມ :

ອາຫານຂອງຊົນເຜົ່າ ອາຄາ ແມ່ນກິນອາຫານປະເພດຂົ່ວຜັກ, ຂົ່ວ ໄຂ່ໃສ່ຫມາກຊູ, ແຈ່ວປາ, ແກຜັກກາດ, ລວກຜັກປະເພດແນວນີ້ເປັນຕົ້ນ ຊົນເຜົາອາຄາ ມັກນິຍົມກິນເຂົາຈ້າວ, ດື່ມນໍ້າດິບ, ເຫຼົ້າແລະ ອື່ນໆ.

* ຄວາມເຊື່ອຖືແລະງານບຸນ

ເຖິງຈະບໍ່ໄດ້ມີການບັນທຶກ ເປັນລາຍລັກອັກສອນກໍ່ຕາມ ຕໍານານຂອງຊົນເຜົາອາຄາ ກໍມີຮີດຄອງປະເພນີ, ວັດທະນະທໍາ, ວິຖີການດໍາລົງຊີວິດທີຫຼວງຫຼາຍ ແລະ ອຸດົມສົມບູນເຊິ່ງຖືວ່າ ເປັນເອກະລັກຂອງຕົນ, ເປັນບົດສະຫລຸບຂອງຄວາມຄິດ, ປະສົບການຂອງການດໍາລົງຊີວິດທີ ໃຫ້ຄວາມສໍາຄັນຂອງຊົນເຜົ່າຕົນ ໂດຍສືບທອດມາແຕ່ປູ່ຍ່າ ຕາຍາຍຈົນຮອດທຸກວັນນີ້.
ຊົນເຜົ່າອາຄາ ໄດ້ມີຄວາມເຊື່ອໃນເລື່ອງຜີ ແລະ ຍາກທີສຸດ ຈະໄປເຊືອ ຖືສາສະຫນາອື່ນ. ຜີທີເຂົາເຈົ້າເຊື່ອຖືມີທັງຜີດີ ແລະ ຜີຮ້າຍ ແລະ ເປັນສີຣິມຸງຄຸນ ໄດ້ແກ່ຜີເຮືອນ ແລະ ຜິບ້ານເຊຶ່ງໄດ້ຖືວ່າ ເປັນວິນຍານຂອງບັນພະບູຣຸດ, ກໍ່ຄອຍໃຫ້ຄວາມດູແລ ຮັກສາປົກປ້ອງຄຸມຄອງສະມາຊິກໃນຄົວເຮືອນ,
ສະນັ້ນໃນເຮືອນຈະມີຫິ້ງແທນບູຊາຜີ. ສວນຜີຮ້າຍໄດ້ແກ່ຜີຕົ້ນໄມ້, ຜີພູຜາປ່າດົງແລະ ຜີແມ່ນໍ້າລໍາເຊ ເຫຼົ່ານີ້ເຊິງອາດຈະເຮັດໃຫ້ເຂົາເຈົ້າ ເກີດມີຄວາມເຈັບໄຂ້ໄດ້ປ່ວຍຕ່າງໆ.

ຈາກຄວາມເຊື່ອຖືທີໄດ້ກ່າວມານີ້, ເຂົາເຈົ້າກໍຈະມີພິທີກໍາຫຼາຍຢ່າງ ໃນລັກສະນະຂອງການວິງວອນ, ໄດ້ຮ້ອງຂໍຈາກສິ່ງສັກສິດ ທີຢູ່ໃນດ້ານດີ ແລະ ດ້ານຮ້າຍເພື່ອຈະໃຫ້ຄວາມຄຸ້ມຄອງ, ຮັກສາ ຫຼື ປັດເປົາສິ່ງຊົ່ວຮ້າຍຕ່າງໆໃຫ້ບັນເທົາເບົາບາງລົງໄດ້. ຄຽງຄູ່ກັນນີ້ ຊົນເຜົາອາຄາ ຍັງມີການເອົາໃຈໃສ່ຕໍ່ ສິ່ງສັກສິດທັງຫຼາຍໂດຍການ “ຢູ່ກໍາ ຫຼື ຄະລໍາ” ເຊິ່ງໄດ້ແກ່ການ ປະຕິບັດຕົນໃຫ້ຢູ່ໃນຂອບເຂດຂອງຮີດຄອງປະເພນີ, ບໍ່ກະທໍາ ຫຼື ລ່ວງລະເມີດ ຫຼື ລົບລູ່ສິ່ງສັກສິດຕ່າງໆ ທີ່ມີຢູ່ໃນບ້ານເຮືອນ. ພ້ອມນີ້ມີການຢຸດພັກ ວຽກງານຕ່າງໆໃນມື້ທີຢູ່ລວມທັງວຽກງານການຜະລິດໃນໄຮ່ນາທີມີຄວາມສາຄັນຕໍ່ການດໍາລົງຊີວິດປະຈໍາວັນຂອງເຂົາເຈົ້າ

* ງານບຸນ :
ເລາະຄໍຕູ (ແປງປະຕູໂຂງບ້ານ) ຈັດຂື້ນໃນເດືອນສີ່ ການບູຊາ ມີຖາກໄມເຮັດເຄື່ອງອາວຸດ ປືນ, ພ້າ , ມີດ ແລະ ຖາກໄມ້ ເຮັດຮູບ ແມ່ຍິງແລະຜູ້ຊາຍຮ່ວມເພດນໍາກັນ ປະດັບປະດາຕົບແຕ່ງ ປະຕູໂຂງບ້ານ. ຫຼັງຈາກເຮັດພິທີແລ້ວ ໄດ້ໄປສະຫຼອງຢູ່ເຮືອນເຈົ້າບ້ານ ມີໄກ່ຜູ້ ແລະ ໄກ່ແມ່ຄູ່ ຫນຶ່ງເຫຼົ້າ ແລະ ນໍ້າຊາ.

* ເຄື່ອງດົນຕີແລະສິລະປະພື້ນເມືອງ :

ສໍາລັບເຄື່ອງດົນຕີກໍມີປະເພດ: ກອງ, ແຄນ, ຄ້ອງ, ແສ່ງ ແລະ ອື່ນໆທີ ໃຊ້ປະກອບເຂົາເປັນເຄື່ອງດົນ ຕີທີເອົາມາເສບ ມາງານໃນເວລາທີ ມີງານບຸນ, ງານດອງ, ງານເຮັດພິທີກໍາຕ່າງໆ ແລະຈະມີຜູ້ເຖົ້າ ຜູ້ແກ່ຢູ່ບ້ານມາຮ້ອງເພງ, ມາຂັບລໍາຕາມ ຮີດຄອງຂອງເຜົ່າຕົນເອງ.

#ພາສາປາກເວົ້າ:

ພາສາຂອງຊົນເຜົາອາຄາ ຈັດຢູ່ໃນຫມວດ ພາສາຈີນ-ຕິເບດ, ສາຂາ ຕີເບດ-ມຽນມາ, ເຂົາເຈົ້າບໍ່ມີຕົວຫນັງສືຂຽນ.

* ການສົມທຽບພາສາລາວ ກັບ ພາສາອາຄາ:

ລຳດັບ ພາສາລາວ ພາສາອາຄາ

01 ສະບາຍດີ ອາລາຈາມະ
02 ໂຊກດີ ກືລໍເມ໋ຍ
03 ຂອບໃຈ ເນມຶມະ
04 ຂໍໂທດ ທໍ້ຊະມາ
05 ເຈົ້າຊື່ຫຍັງ? ນໍຊໍມ໋ຽວອາເຈ໋ເລ໋?
06 ເຮັດຫຍັງຢູ່? ອາເຈ໋ອຸ່ງເລ໋?
07 ກິນເຂົ້າແລ້ວບໍ? ຫໍຈ້າຫງ້າມະຫຼ້າ?
08 ລາກ່ອນ ໂວຍອີ໋ມະເຕ
09 ພົບກັບໃໝ່ ໂຢສືທໍ້ເຈ໋ມະ
10 ບໍ່ເປັນຫຍັງ ທິແຈມາເງິະ!!!

26/02/2022

ຊາວເມືອງສິງ ອອກຕັກບາດແຕ່ເຊົ້າ ຢູ່ພະທາດຫລວງຈຽງຕືງ.

ພາບຕຳນານເມືອງລາວ
21/01/2022

ພາບຕຳນານເມືອງລາວ

ປັດຊະຍາໝາປ່າ!! (Wolf)🔴ສາມໂຕທຳອິດໃນວົງມົນສີແດງ ແມ່ນກຸ່ມທີ່ຂ້ອນຂ້າງເກົ່າແກ່ ເຈັບປ່ວຍແລະບໍ່ຄ່ອຍມີແຮງ🟡ກຸ່ມຖັດມາໃນວົງມົນສີເຫຼ...
31/10/2021

ປັດຊະຍາໝາປ່າ!! (Wolf)
🔴ສາມໂຕທຳອິດໃນວົງມົນສີແດງ
ແມ່ນກຸ່ມທີ່ຂ້ອນຂ້າງເກົ່າແກ່ ເຈັບປ່ວຍແລະບໍ່ຄ່ອຍມີແຮງ
🟡ກຸ່ມຖັດມາໃນວົງມົນສີເຫຼືອງຫ້າໂຕ
ແມ່ນກຸ່ມທີ່ເຂັ້ມແຂງທີ່ສຸດໃນຝູງ
ພ້ອມທີ່ຈະປົກປ້ອງສາມໂຕທາງໜ້າ ໃນກໍລະນີຖືກໂຈມຕີ
🦊ກຸ່ມໃຫຍ່ສຸດທີ່ຢູ່ທາງກາງ
ແມ່ນກຸ່ມທີ່ໄດ້ຮັບການປົກປ້ອງຈາກສະມາຊິກໃນຝູງ ບໍ່ວ່າຈະຖືກໂຈມຕີຈາກດ້ານໜ້າຫຼືດ້ານຫຼັງ
🟢ກຸ່ມຫ້າໂຕໃນວົງມົນສີຂຽວ
ເປັນກຸ່ມທີ່ແຂງແຮງທີ່ສຸດໃນຝູງເຊັ່ນກັນ
ເພື່ອປົກປ້ອງອັນຕະລາຍຈາກດ້ານຫຼັງຂອງຝູງ
➡️ສ່ວນໂຕສຸດທ້າຍທີ່ລູກສອນຊີ້
ແມ່ນຜູ້ນຳທີ່ຍ່າງຫຼັງສຸດ ເພື່ອຮັບປະກັນຕົວເອງວ່າສະມາຊິກໃນກຸ່ມໂຕໃດໂຕໜຶ່ງບໍ່ຖືກປະຖິ້ມໄວ້ທາງຫຼັງ ແລະຜູ້ນຳ ພ້ອມທີ່ຈະປົກປ້ອງສະມາຊິກທຸກໂຕໃນກໍລະນີສຸກເສີນ ເພາະສາມາດເຫັນທຸກຢ່າງທີ່ກຳລັງຈະເກີດຂື້ນທາງໜ້າ
ປັດຊະຍານີ້ສະແດງໃຫ້ພວກເຮົາເຫັນວ່ານີ້ແມ່ນຜູ້ນຳທີ່ແທ້ຈິງ!!
# ການເປັນຜູ້ນຳ
ບໍ່ຈຳເປັນຕ້ອງນຳໜ້າສະເໝີໄປ
# ການເປັນຜູ້ນຳ
ບໍ່ຈຳເປັນຕ້ອງບົງການອອກຄຳສັ່ງທຸກເລື້ອງ
ຮຽນເປັນຜູ້ຮັບຟັງແນ່ກໍດີ
# ການເປັນຜູ້ນຳ
ສ້າງຂຶ້ນໄດ້ໃນເວລາສຸກເສີນທີ່ສະແດງອອກຢ່າງຊັດເຈນກໍຄື ເສຍສະຫຼະຫຼາຍກ່ວາຮັບ
# ການເປັນຜູ້ນຳ
ຕ້ອງຮູ້ຈັກຟັງຫູໄວ້ຫູ ບໍ່ຫູເບົາ
# ການເປັນຜູ້ນຳ
ຕ້ອງຮູ້ຈັກແຍກແຍະ ຖືກ ຜິດ ຊົ່ວ ດີ
# ການເປັນຜູ້ນຳ
ຕ້ອງຮູ້ຈັກຮັກສາຄຳເວົ້າ ພ້ອມທັງຮັກສາກຽດ
# ການເປັນຜູ້ນຳ
ຕ້ອງມີຄວາມເມດຕາ ໃຫ້ອະໄພ ບໍ່ແບ່ງແຍກ
# ຜູ້ນຳໃນແບບຢ່າງທີ່ຄວນຈະເປັນ
ການເປັນຜູ້ນຳຄວນນັ່ງຢູ່ໃນໃຈຄົນ……..ບໍ່ແມ່ນນັ່ງຢູ່ເທິງຫົວຄົນ
ຄົນສະຫຼາດ ແຕ່ຂາດຄຸນນະທຳ……..ມັນບໍ່ແມ່ນຜູ້ນຳທີ່ດີເລີຍ " ແນວຄິດດີດີ "

ການດຳລົງວິທີຊິວິດຂອງຊົນເຜົ່າ"ອາຄາ"ໃນສະໄໝ່ກ່ອນ ກຸ່ມຄົນສວນຫລາຍແມ່ນມັກຢູ່ແຕ່ເຂດບົນດອຍ ແລະ ການອາໃສ ຫລື ການທຳມະຫາກິນກໍເຊັນດ່ຽ...
25/08/2021

ການດຳລົງວິທີຊິວິດຂອງຊົນເຜົ່າ"ອາຄາ"ໃນສະໄໝ່ກ່ອນ ກຸ່ມຄົນສວນຫລາຍແມ່ນມັກຢູ່ແຕ່ເຂດບົນດອຍ ແລະ ການອາໃສ ຫລື ການທຳມະຫາກິນກໍເຊັນດ່ຽວກັນ ສວນຫລາຍແມ່ນໄດ້ພື້ນພາຕາມທຳມະຊາດ ພູຜາປ່າດົງ ຕາມບັນພະບູລຸດເຄີຍສ້າງເຄິຍສອນມາກ່ອນນັ້ນ ແລະ ຈົນເຖີ່ງປັດຈຸບັນນີ້ກະຍັງມີບາງຈຳນວນຫນື່ງທີ່ບໍ່ໄດ້ປ່ຽນແປງກ່ຽວກັບການອາໃສ ກະຄຶ ບ່ອນທີ່ຢູ່ຍັງເປັນຄຶເກົ່າ "ເຂດພູດອຍ"ເນື່ອງຈາກວ່າ ການເຄື່ອນຍ້າຍມີຂິດຈຳກັດ ບໍ່ຄຶສະໄໝ່ກອ່ນ !!!

ຊວງນີ້ໄຜຕ້ອງການຊື້ເຫດແດງຈຳພວກນີ້ເຊີນຕິດຕໍ່ໄດ້:020. #₭
02/07/2021

ຊວງນີ້ໄຜຕ້ອງການຊື້ເຫດແດງຈຳພວກນີ້ເຊີນຕິດຕໍ່ໄດ້:020. #₭

Address

ลาว
Vientiane
01

Opening Hours

Friday 08:00 - 16:00
Saturday 09:00 - 17:00

Telephone

+8562052844465

Website

Alerts

Be the first to know and let us send you an email when ກຸ່ມວິຖີຊີວິດຂອງເຜົ່າ '' ອາຄາ '' posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category