29/06/2026
ກຳປູເຈຍຈະສົ່ງສິນຄ້າກະສິກຳ ໄປຕະຫລາດຈີນຜ່ານ ສປປ ລາວ
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ຮ່ວມກອງປະຊຸມພົບປະສອງຝ່າຍ ເພື່ອກຳນົດທິດທາງ ແລະ ສົ່ງເສີມການຮ່ວມມືດ້ານການຄ້າ-ການລົງທຶນກະສິກຳ ໃນວັນທີ 22 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ.
ເຊິ່ງສປປ ລາວ ກຽມສົ່ງອອກ 6 ຜະລິດຕະພັນກະສິກຳໄປກຳປູເຈຍ (ກາເຟ, ກະລ່ຳປີ, ໝາກຂາມ, ເຂົ້າສານໜຽວ, ບລູເບີຣີ ແລະ ໝາກອຶ) ເຊິ່ງຈະຊ່ວຍເພີ່ມຊ່ອງທາງສ້າງລາຍຮັບໃຫ້ແກ່ຊາວກະສິກອນທ້ອງຖິ່ນ.
ກຳປູເຈຍຈະນຳໃຊ້ລາວເປັນທາງຜ່ານຂົນສົ່ງສິນຄ້າກະສິກຳ 6 ລາຍການໄປຈີນ (ຖົ່ວລຽນ, ກ້ວຍ, ເຂົ້າຈ້າວ, ໝາກມ່ວງ, ລຳໄຍ ແລະ ມັນຕົ້ນ) ໂດຍທັງສອງຝ່າຍຈະຮ່ວມກັນເປີດພິທີຂົນສົ່ງຢ່າງເປັນທາງການທີ່ສາງຄ່ຽນຖ່າຍສິນຄ້າ ທ່າບົກ-ທ່ານາແລ້ງ ນະຄອນຫຼວງວຽງຈັນ.
ນອກຈາກນີ້ຍັງສືບຕໍ່ຜັນຂະຫຍາຍ MOU ປີ 2023-2027 ໂດຍເນັ້ນການຊຸກຍູ້ພາກເອກະຊົນລົງທຶນ, ການແລກປ່ຽນບົດຮຽນດ້ານສະຫະກອນ, ການອະນຸລັກປ່າໄມ້ ແລະ ສັດນ້ຳ (ໂດຍສະເພາະປາໂລມານ້ຳຈືດ), ການຫຼຸດຜ່ອນທາດອາຍເຮືອນແກ້ວ ແລະ ການປະຕິບັດສົນທິສັນຍາ CITES.
ການຮ່ວມມືໃນຄັ້ງນີ້ ບໍ່ພຽງແຕ່ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບໂລຈິດສະຕິກເທົ່ານັ້ນ ແຕ່ຍັງເປັນການເປີດປະຕູສູ່ໂອກາດໃໝ່ໆ ໃນການເຊື່ອມໂຍງເສດຖະກິດພາກພື້ນ ເຊິ່ງຈະຊ່ວຍສ້າງວຽກເຮັດງານທຳທີ່ໝັ້ນຄົງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະຍາວ.
ທີ່ມາ: ຂປລ
#ກະສິກຳລາວ #ລາວກຳປູເຈຍ #ສົ່ງອອກສິນຄ້າ #ທ່າບົກທ່ານາແລ້ງ #ໂລຈິດສະຕິກລາວ