21/10/2025
ບໍລິສັດ MEV ໄດ້ບັນລຸການເຊັນສັນຍາການເປັນຕົວແທນຈໍາໜ່າຍລົດໄຟຟ້າ icaur ຢ່າງເປັນທາງການ ໂດຍໄດ້ຈັດພິທີການເຊັນສັນຍາກັບບໍລິສັດ ຮຸ່ງອາລຸນ.
ໃນວັນທີ 20 ຕຸລາ 2025, ບໍລິສັດ MEV ໄດ້ສ້າງບາດກ້າວອັນຍິ່ງໃຫຍ່ໃຫ້ແກ່ອຸດສາຫະກຳລົດຍົນໄຟຟ້າໃນ ສປປ ລາວ ດ້ວຍການລົງນາມໃນສັນຍາຄູ່ຮ່ວມຍຸດທະສາດກັບ ບໍລິສັດ ຮຸ່ງອາລຸນ ຂາອອກ-ຂາເຂົ້າ ແລະ ຂົນສົ່ງທາງບົກ ຈຳກັດ . ຈຸດປະສົງຫຼັກຂອງການຮ່ວມມືຄັ້ງນີ້ແມ່ນການຂະຫຍາຍເຄືອຂ່າຍການບໍລິການ ແລະ ການແຕ່ງຕັ້ງບໍລິສັດ MEV ເປັນ ຕົວແທນຈຳໜ່າຍລົດຍົນໄຟຟ້າ ICAUR ຢ່າງເປັນທາງການ ໃນນະຄອນຫຼວງວຽງຈັນ ແລະ ແຂວງ ສະຫວັນນະເຂດ.
ການຮ່ວມມືຄັ້ງນີ້ຖືກຈັດຂຶ້ນເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຂອງຍານພະຫະນະ ພະລັງງານໃໝ່ ແລະ ເປັນການສ້າງມາດຕະຖານໃໝ່ໃຫ້ແກ່ການບໍລິການໃນອຸດສາຫະກຳລົດຍົນພາຍໃນປະເທດ.
ພິທີລົງນາມໄດ້ຈັດຂຶ້ນ ໂດຍມີການເຂົ້າຮ່ວມຂອງທ່ານຜູ້ບໍລິຫານທັງ ສອງຝ່າຍ, ເຊິ່ງລວມມີ ທ່ານ ສຸກສະໜອນ ສີຫາເທບ, ປະທານ ບໍລິສັດ MEV, ພ້ອມດ້ວຍ ທ່ານ ທ່ານ ສີສະຫັວນ ມ່າຢົງເຊີນ ປະທານ ບໍລິສັດ ຮຸ່ງອາລຸນ ຂາອອກ-ຂາເຂົ້າ ແລະ ຂົນສົ່ງທາງບົກ ຈຳກັດ.
ທ່ານ ສຸກສະໜອນ ສີຫາເທບ ໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງການຮ່ວມມື ໃນຄັ້ງນີ້ວ່າ:
“ຄວາມຮ່ວມມືໃນມື້ນີ້ ບໍ່ພຽງແຕ່ເປັນການຂະຫຍາຍທຸລະກິດ, ແຕ່ເປັນການຍົກລະດັບຕະຫຼາດລົດໄຟຟ້າຊັ້ນນຳໃນລາວໃຫ້ສາມາດຮອງຮັບລູກຄ້າໄດ້ຢ່າງທົ່ວເຖິງ, ພ້ອມທັງຂະຫຍາຍເຄືອຂ່າຍການບໍລິການໃຫ້ກວ້າງຂວາງຂຶ້ນ, ເພື່ອນຳສະເໜີລົດຍົນໄຟຟ້າຄຸນນະພາບສູງສູ່ປະຊາຊົນໃນນະຄອນຫຼວງວຽງຈັນ ແລະ ສະຫວັນນະເຂດ. ການເປັນຕົວແທນຈຳໜ່າຍ ICAUR ຢ່າງເປັນທາງການໃນສອງເຂດສຳຄັນນີ້ ແມ່ນການຢືນຢັນເຖິງຄວາມມຸ່ງໝັ້ນ ຕັ້ງໃຈຂອງພວກເຮົາ ທີ່ຈະມອບຜະລິດຕະພັນ ແລະ ການບໍລິການທີ່ເປັນເລີດໃຫ້ກັບລູກຄ້າທຸກໆທ່ານ”
ແລະ ທ່ານ ສີສະຫັວນ ມ່າຢົງເຊີນ, ປະທານບໍລິສັດ ຮຸ່ງອາລຸນ ຂາອອກ-ຂາເຂົ້າ ແລະ ຂົນສົ່ງທາງບົກ ຈຳກັດ, ຢືນຢັນເຖິງຜົນປະໂຫຍດທີ່ຜູ້ບໍລິໂພກຈະໄດ້ຮັບ ແລະ ຄວາມເຊື້ອຫມັ້ນຕໍ່ກັບ ບໍລິສັດ MEV ທີມີປະສົບການດ້ານລົດຍົນ ຫຼາຍກ່ວາ 30ປີ.
“ບໍລິສັດ ຮຸ່ງອາລຸນ ພ້ອມທີ່ຈະສະໜັບສະໜູນການຮ່ວມມືກັບບໍລິສັດ MEV ຢ່າງເຕັມທີ່ ເພື່ອຍົກລະດັບການບໍລິການ,
ເປົ້າໝາຍຫຼັກແມ່ນເພື່ອຮັບປະກັນຜົນປະໂຫຍດສູງສຸດໃຫ້ແກ່ຜູ້ບໍລິໂພກ. ທ່ານຍັງໄດ້ເນັ້ນເຖິງການຂະຫຍາຍຕົວຂອງ ICAUR ເຊິ່ງເປັນສ່ວນໜຶ່ງຂອງວິໄສທັດລວມໃນການພັດທະນາຕະຫຼາດນີ້.
ການຮ່ວມມືລະຫວ່າງ ບໍລິສັດ MEV ແລະ ບໍລິສັດ ຮຸ່ງອາລຸນ ຂາອອກ-ຂາເຂົ້າ ແລະ ຂົນສົ່ງທາງບົກ ຈຳກັດ ນີ້ ຖືເປັນຈຸດເລີ່ມຕົ້ນຂອງການນຳເອົານະວັດຕະກຳລົດຍົນໄຟຟ້າທີ່ເປັນມິດກັບສິ່ງແວດລ້ອມ ແລະ ມີຄຸນນະພາບລະດັບໂລກມາໃຫ້ຜູ້ບໍລິໂພກຊາວລາວໄດ້ສຳຜັດ, ພ້ອມທັງຮັບປະກັນບໍລິການຫຼັງການຂາຍທີ່ໄດ້ມາດຕະຖານສູງ.