14/04/2025
ສາຍໄຟພັດລົມໝໍ້ນ້ຳແບບໄຟຟ້າ (Electric Fan) ຂອງລົດ
ພັດລົມໝໍ້ນ້ຳໃນລົດທີ່ທັນສະໄຫມໃຊ້ມໍເຕີໄຟຟ້າ ທີ່ຄວບຄຸມຜ່ານ ເຊັນເຊີອຸນຫະພູມ, ກ່ອງ ECU, ແລະ relay ເປີດແລະປິດພັດລົມໂດຍອັດຕະໂນມັດ
1. ອົງປະກອບຫຼັກໃນວົງຈອນໄຟຟ້າຂອງພັດລົມ
ຊິ້ນສ່ວນ
•ມໍເຕີ ພັດລົມ - ຮັບໄຟຈາກ ໝໍ້ໄຟ
•ເຊັນເຊີ ອຸນຫະພູມ (Temperature) - ວັດອຸນຫະພູມນ້ຳລໍ່ເຢັນ ສົ່ງສັນຍານໄປກ່ອງ ECU
•ກ່ອງຄວບຄຸມ (ECU) - ປະມວນຜົນສັນຍານຈາກເຊັນເຊີ່ ສັ່ງງານລີເລ
•ລີເລ ພັດລົມ (Fan Relay) - ເປີດ/ປິດໄຟລ້ຽງມໍເຕີ່ ພັດລົມ
•ຟິວ (Fuse) - ປ້ອງກັນໄຟລັດວົງຈອນ
•ສະວິກແອ (AC Switch) - ບາງລຸ້ນສັ່ງໃຫ້ພັດລົມທຳງານເມື່ອເປີດແອ
2.ແຜນຜັງວົງຈອນສາຍໄຟແບບງ່າຍ
ໝໍ້ໄຟ (+)
│
├─── ຟິວ (Fuse)
│ │
│ └─── ລີເລພັດລົມ (Relay)
│ │
│ ├─── ສະວິກຄວບຄຸມຈາກ ECU (ເມື່ອເຄື່ອງຮ້ອນ)
│ └─── ສະວິກແອ (ເມື່ອເປີດ A/C)
│
└─── ມໍເຕີ່ພັດລົມ (Fan Motor) ─── ໝໍ້ໄຟ (-)
3.ຫຼັກການທຳງານຂອງວົງຈອນ
•ເມື່ອຈັກຮ້ອນ ເຊັນເຊີນອຸນຫະພູມ ສົ່ງສັນຍານໄປກ່ອງ
ກະຕຸ້ນລີເລໃຫ້ປ້ອນໄຟ ໄປຫາມໍເຕີພັດລົມ
•ພັດລົມທຳງານຈົນກວ່າ ອຸນຫະພູມຈະເຢັນລົງ
•ເມື່ອເປີດແອ(A/C) ໃນລົດບາງລຸ້ນພັດລົມຈະທຳງານທັນທີເມື່ອເປີດແອ ເພື່ອລະບາຍຄວາມຮ້ອນທີ່ຄອນເດນເຊີ່ແອ
•ເມື່ອຕິດຈັກລົດ ຕອນເຢັນ ພັດລົມຈະບໍ່ທຳງານຈົນກວ່າອຸນຫະພູມຈະເຖິງຈຸດກຳໜົດ (ປະມານ 90-95°c)
4.ການກວດເຊັກວົງຈອນພັດລົມໄຟຟ້າເມື່ອບໍ່ທຳງານ
ເມື່ອພັດລົມບໍ່ທຳງານໃຫ້ກວດສອບຕາມລຳດັບດັ່ງນີ້:
•ກວດສອບຟິວ
-ຫາຕຳແໜ່ງກັບຟິວ
-ໃຊ້ເຄື່ອງຢາມຟິວ ວ່າຟິວຂາດຫຼືບໍ່
•ກວດສອບລີເລ
-ລອງປ່ຽນລີເລພັດລົມກັບລີເລໂຕອື່ນທີ່ຄືກັນ
-ຖ້າພັດລົມທຳງານແປວ່າ ລີເລຕາຍ
•ທົດສອບມໍເຕີ່ພັດລົມ
-ຕໍ່ໄຟຕົງຈາກໝໍ້ໄຟ (+)ແລະ(-) ເຂົ້າທີ່ຂົ້ວມໍເຕີ່ພັດລົມ
-ຖ້າພັດລົມບໍ່ໝຸນ ສະແດງວ່າພັດລົມຕາຍ
•ກວດສອບເຊັນເຊີ່ອຸນຫະພູມແລະກ່ອງECU
-ໃຊ້ເຄື່ອງສະແກນ OBD2ອ່ານຄ່າອຸນຫະພູມນ້ຳລໍ່ເຢັນ
-ຖ້າເຊັນເຊີ່ຕາຍ ອາດສົ່ງສັນຍານຜິດພາດໄປຍັງກ່ອງECU
5.ສາເຫດທີ່ພັດລົມ ບໍ່ປິ່ນ(ໝຸນ)
ຟິວຂາດ
ລີເລຕາຍ
ພັດລົມໄໝ້
ເກວັດຄວາມຮ້ອນ
ສາຍໄຟຂາດ
ECUມີປັນຫາ
6.ສະຫຼຸບ
ວົງຈອນພັດລົມໄຟຟ້າໃນລົດເຮັດວຽກໂດຍຜ່ານລະບົບການຄວບຄຸມອັດຕະໂນມັດ ໂດຍການໃຊ້=ເຊັນເຊີ, ECU, ແລະ relays ເພືອສັ່ງ ເປີດ-ປິດ. ຖ້າພັດລົມບໍບໍທຳງານ, ທ່ານຄວນຈະກວດສອບຈາກ fuse → relay → motor → sensor ຕາມລໍາດັບ.